[ { "title": "ຂ້າພະເຈົ້າຮູ້ແລະເຊື່ອໃນພຣະເຢຊູຄຣິດອົງພຣະຜູເປັນເຈົ້າ", "body": "ຈຸດນີ້ຄຳວ່າ\"ຮູ້\"ແລະ\"ເຊື່ອ\"ໂດຍພື້ນຖານໝາຍຄວາມຢ່າງດ໋ຽວກັນ ໂປໂລໃຊ້ທັງສອງຄຳເພື່ອເນັ້ນຄວາມເຊື່ອໝັ້ນຂອງເຂົາ,ແປໄດ້ອີກຢ່າງວ່າ:\"ຂ້ພະເຈົ້າໝັ້ນໃຈເພາະຄວາມສຳພັນຂອງຂ້າພຣະເຈົ້າກັບພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າ\"(ເບິ່ງ:translate:figs_doublet)" }, { "title": "ບໍ່ມີຫຍັງທີ່ເປັນມົນທິນໃນຕົວເອງເລີຍ.", "body": "ທ່ານອາດຈະແປໃນຮູບແບບບອກເລົ່າໄດ້,ແປໄດ້ອີກຢ່າງວ່າ:\"ໂດຍຕົວຂອງມັນເອງແລ້ວທຸກສິ່ງສະອາດ\"(ເບິ່ງ:translate:figs_doublenegatives)" }, { "title": "ໃນຕົວເອງ.", "body": "\"ໂດຍທັມະຊາດຂອງມັນ\"ຫຼື\"ເພາະສິ່ງທີ່ມັນເປັນ\"" }, { "title": "ແຕ່ສຳລັບຄົນທີ່ຖືວ່າສິ່ງໃດເປັນມົນທິນ ສິ່ງນັ້ນກໍຈະເປັນມົນທິນສຳລັບເຂົາ.", "body": "ໂປໂລບອກເປັນໄນຍະວ່າຄົນໜຶ່ງຄວນຈະອອກຫ່າງຈາກສິ່ງທີ່ເຂົາຄິດວ່າບໍ່ສະອາດ ທ່ານອາດຈະທຳໃຫ້ຂໍ້ຄວາມນີ້ຊັດເຈນໃນການແປຂອງທ່ານ,ແປໄດ້ອີກຢ່າງວ່າ:\"ແຕ່ຖ້າຄົນໜຶ່ງຄິດວ່າບາງຢ່າງບໍ່ສະອາດ ສຳລັບຄົນນັ້ນແລ້ວມັນກໍບໍ່ສະອາດແລະເຂົາຄວນຢູ່ຫ່າງຈາກມັນ\"(ເບິ່ງ:translate:figs_explicit)" }, { "title": "ຖ້າພີ່ນ້ອງຮູ້ສຶກທຸກໃຈຍ້ອນອາຫານທີ່ທ່ານກິນນັ້ນ", "body": "\"ຖ້າທ່ານທຳໃຫ້ພີ່ນ້ອງຂອງທ່ານຮູ້ສຶກບໍ່ດີໃນຄວາມເຊື່ອເພາະເລື່ອງອາຫານ\" ຈຸດນີ້ \"ຄຳວ່າ\"ຂອງທ່ານ\"ໝາຍເຖິງຄົນເຫຼົ່ານັ້ນທີ່ເຂັ້ມແຂງໃນຄວາມເຊື່ອແລະ\"ພີ່ນ້ອງ\"ໝາຍເຖິງຄົນເຫຼົ່ານັ້ນທີ່ອ່ອນແອໃນຄວາມເຊື່ອ." }, { "title": "ທ່ານກໍບໍ່ໄດ້ເດີນໃນຄວາມຮັກອີກຕໍ່ໄປ.", "body": "ໂປໂລເວົ້າເຖິງຄວາມປະພຶດຂອງຜູ້ເຊື່ອດັ່ງກັບວ່າເປັນການເດີນ,ແປໄດ້ອີກຢ່າງວ່າ:\"ຖ້າເຊັ່ນນັ້ນທ່ານກໍບໍ່ໄດ້ສະແດງຄວາມຮັກ\"(ເບິ່ງ:translate:figs_metaphor)" }, { "title": "ພີ່ນ້ອງ", "body": "ຈຸດນີ້ຄຳນີ້ໝາຍເຖິງພີ່ນ້ອງຄຣິສະຕຽນທັງຜູ້ຊາຍແລະຜູ້ຍິງ." } ]