[ { "title": "ໂດຍພຣະຄຸນຊຶ່ງປຣະທານແກ່ຂ້າພຣະເຈົ້າ.", "body": "ຈຸດນີ້\"ພຣະຄຸນ\"ໝາຍເຖິງການທີ່ພຣະເຈົ້າຊົງເລືອກໂປໂລໃຫ້ເປັນອັກຄະຣະທູດແລະຜູ້ນຳຄຣິສຕະຈັກ,ທ່ານອາດຈະທຳໃຫ້ສິ່ງນີ້ຈະແຈ້ງຊັດເຈນໃນການແປຂອງທ່ານ ທ່ານອາດຈະແປຄຳນີ້ ໄດ້ໃນຮູບທີ່ປຣະທານເປັນຜູ້ກະທຳ ແປໄດ້ອີກຢ່າງວ່າ:\"ເພາະພຣະເຈົ້າຊົງເລືອກຂ້າພຣະເຈົ້າໃຫ້ເປັນອັກຄະຣະທູດໂດຍບໍ່ຄິດມູນຄ່າ\"(ເບິ່ງ:translate:figs_explicit ແລະtranslate:figs_activepassive)" }, { "title": "ວ່າທຸກຄົນໃນພວກທ່ານບໍ່ຄວນຄິດຖືຕົວເກີນກ່ວາທີ່ຕົນຄວນຈະຄິດ.", "body": "\"ວ່າບໍ່ຄວນມີໃຜໃນພວກທ່ານຄິດວ່າຕົວເອງດີກ່ວາຄົນອື່ນ\"" }, { "title": "ແຕ່ຈົ່ງຄິດຢ່າງສະຫຼາດຮອບຄອບ.", "body": "\"ແຕ່ທ່ານຄວນສະຫຼາດໃນການຄິດກ່ຽວກັບຕົວເອງ\"" }, { "title": "ຢ່າງສະຫຼາດຮອບຄອບໃຫ້ສົມຂະໜາດຂອງຄວາມເຊື່ອທີ່ພຣະເຈົ້າໄດ້ປຣະທານໃຫ້ແກ່ທ່ານແຕ່ລະຄົນ.", "body": "ໂປໂລບອກເປັນໄນຍະໃນຈຸດນີ້ວ່າ ຜູ້ເຊື່ອມີຄວາມສາມາດທີ່ແຕກຕ່າງກັນທີ່ເໝາະສົມກັບຄວາມເຊື່ອໃນພຣະເຈົ້າ,ແປໄດ້ອີກຢ່າງວ່າ:\"ເນື່ອງຈາກພຣະເຈົ້າໄດ້ປຣະທານຄວາມສາມາດທີ່ແຕກຕ່າງກັນໃຫ້ແຕ່ລະຄົນເພາະທ່ານເຊື່ອໃນພຣະອົງ\"(ເບິ່ງ:translate:figs_explicit)" } ]