[ { "title": "ຂໍ້ມູມເຊື່ອມຕໍ່.", "body": "ຄຳວ່າ \"ແຕ່\" ຈຸດນີ້ສະແດງວ່າໂປໂລໄດ້ຈົບບົດນຳຂອງເຂົາແລ້ວແລະຕອນນີ້ເລີ້ມຕົ້ນເຂົ້າສູ່ປະເດັນຫຼັກ." }, { "title": "ບັດນີ້.", "body": "ຄຳວ່າ \"ບັດນີ້\" ຫມາຍເຖິງເວລາຕັ້ງແຕ່ທີ່ພຣະເຢຊູສະເດັດເຂົ້າມາໃນໂລກ." }, { "title": "ຄວາມຊອບທຳຂອງພຣະເຈົ້າໄດ້ປາກົດນອກເຫນືອພະບັນຍັດ.", "body": "ທ່ານອາດຈະແປຂໍ້ຄວາມນີ້ໄດ້ໃນຮູບແບບທີ່ປະທານເປັນຜູ້ກະທຳ.ແປໄດ້ອີກຢ່າງວ່າ: \"ພຣະເຈົ້າໄດ້ຊົງສຳແດງວິທີການທີ່ຈະເປັນຄົນຊອບທຳຕໍ່ພຣະອົງໂດຍປາດສະຈາກການເຊື່ອຟັງພະບັນຍັດ\".(ເບິ່ງ:figs_activepassive)" }, { "title": "ໂດຍມີພະຍານຄືພະບັນຍັດກັບພວກຜູ້ປະກາດພຣະຄຳ.", "body": "ຄຳວ່າ \"ພະບັນຍັດກັບພວກຜູ້ປະກາດພຣະຄຳ\"ຫມ າຍເຖິງສ່ວນຂອງພຣະຄຳພີທີ່ໂມເຊແລະຜູ້ປະກາດພຣະຄຳຂຽນໄວ້ໃນພຣະຄຳພີຢິວ.ບ່ອນນີ້ໂປໂລອະທິບາຍຄ້າຍກັບວ່າທັງສອງເປັນຄົນທີ່ເປັນພະຍານໃນສານ.ທ່ານອາດຈະແປຂໍ້ຄວາມນີ້ໄດ້ໃນຮູບແບບທີ່ປະທານເປັນຜູ້ກະທຳ.ແປໄດ້ອີກຢ່າງວ່າ: \"ສິ່ງທີ່ໂມເຊແລະຜູ້ປະກາດພຣະຄຳຂຽນໄດ້ຢືນຢັນສິ່ງນີ້\"(ເບິ່ງ:figs_personification and figs_activepassive)" }, { "title": "ຄວາມຊອບທຳຂອງພຣະເຈົ້າ ຜ່ານທາງຄວາມເຊື່ອໃນພຣະເຢຊູຄຣິດ.", "body": "ຈຸດນີ້ \"ຄວາມຊອບທຳ\" ຫມາຍເຖິງການຖືກຕ້ອງກັບພຣະເຈົ້າ,ແປໄດ້ອີກຢ່າງວ່າ: \"ການຖືກຕ້ອງກັບພຣະເຈົ້າໂດຍທາງການເຊື່ອວາງໃຈໃນພຣະເຢຊູຄຣິດ.\"(ເບິ່ງ: figs_explicit)" }, { "title": "ເພາະວ່າຄົນທັງຫລາຍບໍ່ແຕກຕ່າງກັນ", "body": "ໂປໂລບອກເປັນຄຳອຸປະມາວ່າພຣະເຈົ້າຊົງຍອມຮັບທຸກຄົນໃນແບບດຽວກັນ,ແປໄດ້ອີກຢ່າງວ່າ: \"ບໍ່ມີຄວາມແຕກຕ່າງເລີຍລະຫວ່າງຊາວຢິວແລະຊາວຕ່າງຊາດ\" (ເບິ່ງ:figs_explicit)" } ]