lo_rom_text_ulb_l3/01/29.txt

1 line
1.2 KiB
Plaintext

\v 29 ພວກເຂົາເຕັມໄປດ້ວຍຄວາມບໍ່ຊອບທັມທັງຫມົດ, ຄວາມຊົ່ວຮ້າຍ, ຄວາມໂລບມາກໂລພາ, ແລະ ຄວາມປອງຮ້າຍ. ພວກເຂົາເຕັມໄປດ້ວຍຄວາມອິດສາ, ການຄາດຕະກຳ, ການຜິດຖຽງກັນ, ການຫລອກລວງ, ແລະ ການຄິດພະຍາບາດ. \v 30 ພວກເຂົາເປັນພວກຊຸບຊິບນິນທາ, ໃສ່ຮ້າຍປ້າຍສີກັນ, ແລະ ກຽດຊັງພຣະເຈົ້າ. ພວກເຂົາມັກໃຊ້ຄວາມຮຸນແຮງ, ຈອງຫອງ ແລະ ໂອ້ອວດ , ພວກເຂົາເຮັດຄວາມຊົ່ວໃຫມ່ໆ, ແລະ ພວກເຂົາກໍບໍ່ເຊື່ອຟັງບິດາມານດາ. \v 31 ພວກເຂົາຂາດຄວາມເຂົ້າໃຈ; ພວກເຂົາຂາດຄວາມຊື່ສັດ, ປາສະຈາກຄວາມຮັກຕໍ່ກັນ, ແລະ ບໍ່ມີຄວາມເມດຕາ.