lo_rom_text_ulb_l3/16/17.txt

1 line
1001 B
Plaintext

\v 17 ພີ່ນ້ອງທັງຫລາຍ, ຂ້າພຣະເຈົ້າຂໍຮ້ອງທ່ານ, ໃຫ້ລະວັງຄົນເຫລົ່ານັ້ນທີ່ສ້າງຄວາມແບ່ງແຍກ ແລະເຮັດໃຫ້ຄົນອື່ນສະດຸດ. ພວກເຂົາຫລົງຜິດໄປຈາກຄຳສອນທີ່ທ່ານທັງຫລາຍໄດ້ຮຽນມາ. ຈົ່ງປິ່ນຫນ້າຫນີຈາກຄົນເຫຼົ່ານັ້ນ. \v 18 ເພາະວ່າຄົນແບບນັ້ນບໍ່ໄດ້ຮັບໃຊ້ພຣະຄຣິດອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ແຕ່ຮັບໃຊ້ປາກທ້ອງຂອງໂຕເອງ. ແລະໄດ້ລໍ້ລວງຫົວໃຈຂອງຜູ້ບໍຣິສຸດດ້ວຍຖ້ອຍຄຳທີ່ຫນ້າຟັງ ແລະປະຈົບປະແຈງ.