lo_rom_text_ulb_l3/14/03.txt

1 line
1004 B
Plaintext

\v 3 ຂໍຢ່າໃຫ້ຄົນທີ່ກິນທຸກຢ່າງນັ້ນ ດູຖູກຜູ້ທີ່ບໍ່ກິນທຸກຢ່າງ. ແລະຢ່າໃຫ້ຜູ້ທີ່ບໍ່ກິນທຸກຢ່າງຕັດສິນຄົນອື່ນຜູ້ທີ່ກິນທຸກຢ່າງ ເພາະວ່າພຣະເຈົ້າຊົງຍອມຮັບເຂົາແລ້ວ \v 4 ທ່ານແມ່ນໃຜ, ທີ່ຈະຕັດສິນຜູ້ຮັບໃຊ້ຄົນອື່ນ? ຜູ້ຮັບໃຊ້ຄົນນັ້ນຈະຢືນຢູ່ ຫລື ຈະລົ້ມລົງກໍຂື້ນຢູ່ກັບນາຍຂອງເຂົາ. ແຕ່ເຂົາຈະໄດ້ຮັບການເຮັດໃຫ້ຢືນຢູ່, ເພາະວ່າອົົງພຣະຜູ້ເປັນເຈົ້າຊົງສາມາດທີ່ຈະເຮັດໃຫ້ເຂົາຢືນຢູ່ໄດ້.