lo_rom_text_ulb_l3/12/06.txt

1 line
1.4 KiB
Plaintext

\v 6 ພວກເຮົາທຸກຄົນມີຂອງປຣະທານທີ່ແຕກຕ່າງກັນ ຕາມພຣະຄຸນທີ່ໄດ້ປຣະທານໃຫ້ແກ່ພວກເຮົາ. ຖ້າຂອງປຣະທານຂອງຄົນຫນຶ່ງຄືການເຜີຍພຣະທັມ, ກໍ່ຈົ່ງເຮັດຕາມສັດສ່ວນຄວາມເຊື່ອຂອງເຂົາ. \v 7 ຖ້າຂອງປຣະທານຂອງຄົນຫນຶ່ງຄືການຮັບໃຊ້, ກໍ່ໃຫ້ເຂົາຮັບໃຊ້. ຖ້າຄົນຫນຶ່ງມີຂອງປຣະທານແຫ່ງການສິດສອນ, ກໍ່ໃຫ້ເຂົາສອນ. \v 8 ຖ້າຂອງປຣະທານຂອງຄົນຫນຶ່ງຄືການຫນູນໃຈ, ກໍໃຫ້ເຂົາຫນູນໃຈ. ຖ້າຂອງປຣະທານຂອງຄົນຫນຶ່ງຄືການໃຫ້, ກໍ່ຈົ່ງໃຫ້ດ້ວຍໃຈກ້ວາງຂວາງ. ຖ້າຂອງປຣະທານຂອງຄົນຫນຶ່ງຄືການນຳ, ກໍ່ຈົ່ງນຳດ້ວຍຄວາມເອົາໃຈໃສ່. ຖ້າຂອງປຣະທານຂອງຄົນຫນຶ່ງຄືການສະແດງຄວາມເມດຕາ, ກໍ່ຈົ່ງເຮັດດ້ວຍໃຈຍິນດີ.