lo_rom_text_ulb_l3/12/01.txt

1 line
1.2 KiB
Plaintext

\c 12 \v 1 ດ້ວຍເຫດນີ້, ພີ່ນ້ອງທັງຫລາຍ, ໂດຍເຫັນແກ່ພຣະເມດຕາຂອງພຣະເຈົ້າ, ຂ້າພຣະເຈົ້າຂໍອ້ອນວອນທ່ານທັງຫລາຍ, ໃຫ້ຖວາຍຕົວຂອງພວກທ່ານແດ່ພຣະຜູ້ເປັນເຈົ້າ. ເພື່ອເປັນເຄື່ອງບູຊາທີ່ມີຊີວິດບໍຣິສຸດ ແລະເປັນທີ່ພໍພຣະທັຍພຣະເຈົ້າ ນີ້ແມ່ນການຮັບໃຊ້ທີ່ເຫມາະສົມຂອງທ່ານ. \v 2 ຢ່າປະພຶດຕາມຢ່າງຄົນໃນໂລກນີ້, ແຕ່ຈົ່ງຮັບການປ່ຽນແປງຈິດໃຈໃຫມ່. ເພື່ອທີ່ວ່າຕົວຂອງທ່ານຈະໄດ້ປ່ຽນແປງໄປດ້ວຍ ເພື່ອທ່ານຈະໄດ້ຮູ້ວ່າສິ່ງໃດດີ, ສິ່ງໃດເປັນທີ່ພໍພຣະທັຍ, ແລະສິ່ງໃດເປັນພຣະປະສົງອັນສົມບູນແບບຂອງພຣະເຈົ້າ.