lo_rom_text_ulb_l3/10/11.txt

1 line
918 B
Plaintext

\v 11 ເພາະຂໍ້ພຣະຄັມພີກ່າວວ່າ, "ທຸກຄົນທີ່ເຊື່ອໃນພຣະອົງຈະບໍ່ໄດ້​ຮັບຄວາມອັບອາຍ." \v 12 ເພາະວ່າບໍ່ມີຄວາມແຕກຕ່າງກັນລະຫວ່າງຊາວຢິວ ແລະ ຊາວກຣີກ. ດ້ວຍວ່າອົງພຣະຜູ້ເປັນເຈົ້າອົງດຽວກັນຊົງເປັນອົງພຣະຜູ້ເປັນເຈົ້າຂອງທຸກຄົນ, ແລະ​ປຣ​ະ​ທານ​ຢ່າງສົມ​ບູນໃຫ້ທຸກຄົນທີ່ຮ້ອງຂໍ​ຕໍ່​ພ​ຣະ​ອົງ. \v 13 ເພາະ​ວ່າທຸກຄົນທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າຈະພົ້ນ.