lo_rom_text_ulb_l3/10/08.txt

1 line
1.1 KiB
Plaintext

\v 8 ແຕ່ຄວາມຊອບທັມວ່າ​ແນວ​ໃດ? "ຖ້ອຍຄຳນັ້ນຢູ່ໃກ້ທ່ານ, ໃນປາກຂອງທ່ານ ແລະ ໃນໃຈຂອງທ່ານ.” ນັ້ນຄື​ຖ້ອຍຄຳແຫ່ງຄວາມເຊື່ອ, ທີ່ພວກເຮົາທັງ​ຫລາຍໄດ້ປະກາດຢູ່. \v 9 ເພາະຖ້າວ່າທ່ານຈະຍອມຮັບດ້ວຍປາກຂອງທ່ານວ່າພຣະເຢຊູຊົງເປັນອົງພຣະຜູ້ເປັນເຈົ້າ, ແລະເຊື່ອໃນໃຈຂອງທ່ານວ່າພຣະເຈົ້າໄດ້ຊົງໃຫ້ພ​ຣະ​ອົງຄືນມາຈາກຕາຍ, ທ່ານຈະພົ້ນ. \v 10 ເພາະວ່າການ​ທີ່​ມະ​ນຸດ​ເຊື່ອດ້ວຍ​ໃຈ​ກໍນຳໄປສູ່ຄວາມຊອບທັມ, ແລະການທີ່ຍອມຮັບດ້ວຍປາກກໍນຳໄປສູ່ຄວາມພົ້ນ.