lo_rom_text_ulb_l3/10/01.txt

1 line
1.1 KiB
Plaintext

\c 10 \v 1 ພີ່​ນ້ອງ​ທັງ​ຫລາຍ, ຄວາມປາຖນາໃນໃຈຂອງ​ຂ້າ​ພຣະ​ເຈົ້າ ແລະຄຳອ້ອນວອນຂອງຂ້າພຣະເຈົ້າຕໍ່ພຣະຜູ້ເປັນເຈົ້າ, ກໍ່​ເພື່ອຄົນເຫລົ່ານັ້ນ ເພື່ອໃຫ້ພວກ​ທ່ານໄດ້ຮັບຄວາມພົ້ນ. \v 2 ເພາະຂ້າພຣະເຈົ້າເປັນພະຍານໃຫ້ພວກເຂົາວ່າ ພວກເຂົາມີ​ຄວາມກະຕືລືລົ້ນທີ່ຈະຮັບໃຊ້ພຣະເຈົ້າ, ແຕ່ບໍ່ແມ່ນຕາມຄວາມຮູ້. \v 3 ເພາະພວກເຂົາບໍ່ຮູ້ຈັກຄວາມຊອບທັມຂອງພຣະເຈົ້າ, ແລະ ພະຍາຍາມທີ່​ຈະຕັ້ງຄວາມຊອບທັມຂອງຕົນເອງຂຶ້ນ. ພວກເຂົາຈຶ່ງບໍ່​ຍອມ​ຢູ່ໃນຄວາມຊອບທັມຂອງພຣະເຈົ້າ.