lo_rom_text_ulb_l3/08/28.txt

1 line
1.4 KiB
Plaintext

\v 28 ພວກເຮົາຮູ້ວ່າສຳລັບຄົນເຫລົ່ານັ້ນທີ່ຮັກພຣະເຈົ້າ, ພຣະອົງຊົງໃຫ້ເຫດການທຸກຢ່າງເກີດຂຶ້ນຮ່ວມກັນເພື່ອສົ່ງຜົນດີ, ແກ່ຄົນທັງຫລາຍທີ່ໄດ້ຮັບການເອີ້ນຕາມພຣະປະສົງຂອງພຣະອົງ. \v 29 ເພາະວ່າຄົນທັງຫລາຍທີ່ພຣະອົງໄດ້ຮູ້ລ່ວງຫນ້າແລ້ວ, ພະອົງໄດ້ກຳນົດໄວ້ກ່ອນໃຫ້ເປັນຕາມລັກຊະນະແຫ່ງພຣະບຸດຂອງພຣະອົງ, ເພື່ອພຣະບຸດນັ້ນຈະໄດ້ເປັນບຸດຫົວປີໃນບັນດາອ້າຍນ້ອງທັງຫລາຍ. \v 30 ບັນດາຜູ້ທີ່ພຣະອົງໄດ້ກຳນົດໄວ້ກ່ອນນັ້ນ. ພຣະອົງຊົງເອີ້ນມາດ້ວຍ. ຜູ້ທີ່ພຣະອົງຊົງເອີ້ນມານັ້ນ, ພຣະອົງຊົງໃຫ້ເປັນຄົນຊອບທັມ. ຜູ້ທີ່ພຣະອົງຊົງໃຫ້ເປັນຄົນຊອບທັມນັ້ນ, ພຣະອົງກໍຍັງໃຫ້ມີພຣະສະຫງ່າຣາສີດ້ວຍ.