lo_rom_text_ulb_l3/08/23.txt

1 line
1.3 KiB
Plaintext

\v 23 ບໍ່ແມ່ນພຽງເທົ່ານັ້ນ ແຕ່ຕົວເຮົາເອງດ້ວຍ, ຜູ້ໄດ້ຮັບຫມາກຜົນທຳອິດແຫ່ງພຣະວິນຍານ ຕົວເຮົາກໍຍັງຄວນຄາງຢູ່ພາຍໃນ, ລໍຄອຍການທີ່ພຣະເຈົ້າຈະຊົງໃຫ້ເປັນບຸດ, ຄືການທີ່ຈະຊົງໄຖ່ຮ່າງກາຍຂອງພວກເຮົາ. \v 24 ເພາະວ່າໂດຍຄວາມຫມັ້ນໃຈນີ້ ພວກເຮົາໄດ້ຮັບຄວາມພົ້ນ. ແຕ່ວ່າສິ່ງທີ່ພວກເຮົາຫມັ້ນໃຈວ່າຈະເກີດຂຶ້ນນັ້ນ ພວກເຮົາຍັງເບີ່ງບໍ່ເຫັນ, ໃຜຈະລໍຄອຍດ້ວຍຄວາມຫມັ້ນໃຈໃນສິ່ງທີ່ຕົນເອງເຫັນແລ້ວ? \v 25 ແຕ່ຖ້າພວກເຮົາຫມັ້ນໃຈໃນສິ່ງທີ່ພວກເຮົາຍັງບໍ່ເຫັນນັ້ນແລ້ວ, ພວກເຮົາກໍຈະລໍຄອຍດ້ວຍຄວາມອົດທົນສຳລັບສິ່ງນັ້ນ.