lo_rom_text_ulb_l3/08/20.txt

1 line
1.1 KiB
Plaintext

\v 20 ເພາະວ່າທຸກສິ່ງເຫລົ່ານັ້ນຕ້ອງຢູ່ພາຍໃຕ້ຄວາມອະນິຈັງ. ບໍ່ແມ່ນຕາມໃຈມັກຂອງຕົນເອງ, ແຕ່ເປັນໄປຕາມຄວາມປະສົງຂອງພຣະເຈົ້າຜູ້ທີ່ຄວບຄຸມຢູ່. ດ້ວຍມີຄວາມຫມັ້ນໃຈທີ່ແນ່ນອນ \v 21 ວ່າທຸກສິ່ງເຫລົ່ານັ້ນຈະພົ້ນຈາກອຳນາດແຫ່ງການເສື່ອມສະຫລາຍ, ແລະຈະໄດ້ເຂົ້າໃນເສລີພາບແຫ່ງກຽດຕິຍົດຂອງບັນດາບຸດຂອງພຣະເຈົ້າ. \v 22 ເພາະພວກເຮົາຮູ້ຢູ່ວ່າທຸກສິ່ງທີ່ຊົງສ້າງທັງຫມົດນັ້ນກຳລັງຮ້ອງໄຫ້ ແລະເຈັບປວດຄືກັບແມ່ຍິງໄດ້ເກີດລູກຈົນເຖິງທຸກວັນນີ້.