lo_rom_text_ulb_l3/08/03.txt

1 line
1.6 KiB
Plaintext

\v 3 ເພາະວ່າສິ່ງທີ່ກົົດ​ບັນຍັດເຮັດບໍ່ໄດ້ ເພາະເນື້ອຫ​ນັງເຮັດ​ໃຫ້ອ່ອນ​ກຳ​ລັງ​ນັ້ນ, ພຣະເຈົ້າໄດ້ຊົງເຮັດແລ້ວ. ພຣະອົງຊົງສົ່ງພຣະບຸດຂອງພຣະອົງລົງມາໃນສະພາບຂອງເນື້ອຫນັງທີ່ຜິດບາບ ເພື່ອເປັນເຄື່ອງບູຊາໄຖ່ບາບ, ແລະພຣະບຸດຈຶ່ງໄດ້ຊົງລົງໂທດບາບທີ່​ຢູ່ໃນເນື້ອຫນັງ. \v 4 ພ​ຣະ​ອົງ​ຊົງໄດ້ເຮັດສິ່ງນີ້ເພື່ອວ່າ​ຂໍ້​ກຳ​ນົດຂອງກົດບັນຍັດຈ​ະ​ໄດ້ບັນລຸໃນຕົວພວກເຮົາ, ຜູ້ທີ່ບໍ່ໄດ້ດ​ຳ​ເນີນຕາມເນື້ອຫ​ນັງ, ແຕ່ຕາມພຣະວິນຍານ. \v 5 ຄົນ​ທັງ​ຫລາຍ​ທີ່ດຳຣົງຊີວິດຕາມເນື້ອຫ​ນັງ ກ​ໍຈະສົນໃຈໃນສິ່ງຂອງທີ່ເປັນເນື້ອຫ​ນັງ, ແຕ່ຄົນ​ທັງ​ຫລາຍທີ່ດຳຣົງຊີວິດຕາມພຣະວິນຍານບໍ​ຣິ​ສຸດ​ເຈົ້າ ກໍຈະສົນໃຈໃນສິ່ງທີ່ເປັນຂອງ​ພ​ຣະວິນຍານ.