lo_rom_text_ulb_l3/04/18.txt

1 line
1.2 KiB
Plaintext

\v 18 ບໍ່ວ່າ​ສະ​ຖາ​ນະ​ການ​ພາຍນອກ​ຈະ​ເປັນ​ແນວ​ໃດ, ອັບຣາຮາມຍັງເຊື່ອຫມັ້ນ​ໃຈໃນພຣະເຈົ້າສຳ​ລັບອະນາຄົດ. ດັ່ງນັ້ນ ທ່ານ​ຈຶ່ງໄດ້ກາຍເປັນບິດາຂອງປະ​ຊ​າ​ຊາດ​ຫລ​ວງຫລາຍ, ຕາມທີ່ພຣະເຈົ້າໄດ້ກ່າວໄວ້​ວ່າ, "ເຊື້ອ​ສາຍຂອງທ່ານ​ຈະ​ຫລວງ​ຫລາຍຢ່າງ​ນັ້ນ." \v 19 ທ່ານບໍ່ໄດ້ອ່ອນແອໃນຄວາມ​ເຊື່ອ. ອັບຣາຮາມເຂົ້າໃຈວ່າຮ່າງກາຍຂອງທ່ານບໍ່ສາມາດທີ່​ຈ​ະມີບຸດໄດ້ແລ້ວ (ເພາະທ່ານມີອາຍຸປະມານຮ້ອຍປີແລ້ວ). ທ່ານຍັງຍອມຮັບວ່າມົດລູກຂອງນາງຊາຣາບໍ່ສາມາດມີບຸ​ດ​ໄດ້ແລ້ວອີກຕໍ່ໄປ.