lo_rom_text_ulb_l3/04/11.txt

1 line
1.5 KiB
Plaintext

\v 11 ອັບຣາຮາມໄດ້ຮັບເຄື່ອງຫມາຍແຫ່ງການເຂົ້າພິທີຕັດ. ເຊິ່ງເປັນຕຣາປະທັບແຫ່ງຄວາມຊອບທັມ ອັນມາຈາກຄວາມເຊື່ອທີ່ທ່ານໄດ້ມີຢູ່ ເມື່ອທ່ານຍັງບໍ່ໄດ້ເຂົ້າພິທີການຕັດ. ຜົນແຫ່ງເຄື່ອງຫມາຍ ນີ້ຄື ທ່ານຈະໄດ້ກາຍເປັນບິດາຂອງຄົນທັງປວງທີ່ເຊື່ອ, ແມ່ນວ່າພວກເຂົາຍັງບໍ່ໄດ້ເຂົ້າພິທີການຕັດ. ນີ້ຫມາຍຄວາມວ່າພຣະເຈົ້າຈະຊົງຖືວ່າພວກເຂົາເປັນຜູ້ຊອບທັມ. \v 12 ສີ່ງນີ້ຍັງຫມາຍຄວາມວ່າອັບຣາຮາມຈະກາຍເປັນບິດາແຫ່ງການເຂົ້າພິທີຕັດແລ້ວເທົ່ານັ້ນ ແຕ່ຍັງເປັນຄົນທີ່ມີຄວາມເຊື່ອຕາມແບບຂອງອັບຣາຮາມ ບິດາຂອງພວກເຮົາທັງຫລາຍດ້ວຍ ແລະ ນີ້ຄືຄວາມເຊື່ອທີ່ທ່ານມີຢູ່ເມື່ອທ່ານຍັງບໍ່ໄດ້ເຂົ້າພິທີການຕັດ.