lo_rev_text_ulb_l3/12/15.txt

1 line
1.3 KiB
Plaintext

\v 15 ງູໃຫຍ່ນັ້ນໄດ້ເປົ່ານໍ້າອອກມາຈາກປາກຂອງມັນເຫມືອນກັບແມ່ນໍ້າສາຍຫນຶ່ງ,ເພື່ອຈະເຮັດໃຫ້ເກີດນໍ້າຖ້ວມທີ່ພັດພາເອົາຍິງຄົນນັ້ນໄປ. \v 16 ແຜ່ນດິນໂລກໄດ້ເປີດປາກອອກ ແລະສູບເອົາແມ່ນໍ້າທີ່ພະຍານາກໄດ້ເປົ່າອອກມາຈາກປາກຂອງມັນລົງໄປເສຍ. \v 17 ພະຍານາກນັ້ນຈຶ່ງຄຽດແຄ້ນຜູ້ຍິງຄົນນັ້ນຫລາຍ, ມັນຈຶ່ງໄປທຳສົງຄາມຕໍ່ສູ້ກັບເຊື້ອສາຍທີ່ເຫລືອທັງຫມົດຂອງນາງ, ຄືບັນດາຄົນທີ່ເຊື່ອຟັງຄຳບັນຊາຂອງພຣະເຈົ້າ, ແລະຢຶດຫມັ້ນໃນຄຳພະຍານຂອງພວກເຂົາກ່ຽວກັບພຣະເຢຊູເຈົ້າ. \v 18 ຈາກນັ້ນພະຍານາກນັ້ນຈຶ່ງຢືນຂຶ້ນເທິງຫາດຊາຍແຄມທະເລ.