lo_rev_text_ulb_l3/18/01.txt

1 line
1.6 KiB
Plaintext

\c 18 \v 1 ຫລັງຈາກນັ້ນ ຂ້າພຣະເຈົ້າເຫັນທູດສະຫວັນອີກອົງຫນຶ່ງລົງມາຈາກສະຫວັນ, ທ່ານມີສິດທິອຳນາດຍິ່ງໃຫຍ່ ແລະຣັດສະຫມີຂອງທ່ານເຮັດໃຫ້ແຜ່ນດິນໂລກແຈ້ງສະຫວ່າງ \v 2 ທ່ານຮ້ອງປະກາດດ້ວຍສຽງອັນດັງວ່າ "ບາບີໂລນນະຄອນໃຫຍ່ຫລົ້ມຈົມແລ້ວ ຫລົ້ມຈົມແລ້ວກາຍເປັນທີ່ອາໃສຂອງພວກຜີມານຮ້າຍ ເປັນທີ່ຢູ່ຂອງວິນຍານຊົ່ວຮ້າຍທຸກຊະນິດ ແລະເປັນທີ່ຢູ່ຂອງນົກທີ່ສົກກະປົກ ແລະຫນ້າກຽດຫນ້າຊັງທຸກຊະນິດ \v 3 ເພາະປະຊາຊາດທັງຫມົດໄດ້ດື່ມເຫລົ້າອະງຸ່ນແຫ່ງລາຄະຕັນຫາໃນການລ່ວງປະເວນີຂອງນະຄອນນັ້ນ ບັນດາກະສັດແຫ່ງແຜ່ນດິນໂລກໄດ້ລ່ວງປະເວນີກັບນະຄອນນັ້ນ ແລະພໍ່ຄ້າທັງຫລາຍແຫ່ງແຜ່ນດິນໂລກກໍ່ຮັ່ງມີຂຶ້ນຈາກອຳນາດແຫ່ງການໃຊ້ຊີວິດດ້ວຍຊັບອັນຟຸມເຟືອຍຂອງນະຄອນນັ້ນ"