lo_rev_text_ulb_l3/21/11.txt

1 line
1.1 KiB
Plaintext

\v 11 ເຢຣູຊາເລັມເຕັມໄປດ້ວຍພຣະສິຣິຂອງພຣະເຈົ້າ, ແລະແສງສະຫວ່າງອັນຮຸ່ງເຮືອງຂອງນະຄອນນັ້ນເຫມືອນເພັດພອຍ ,ເຫມືອນດັ່ງແກ້ວມະນີໂຊດອັນເສາະໃສ. \v 12 ນະຄອນນັ້ນມີກຳແພງໃຫຍ່ແລະສູງມີປະຕູສິບສອງປະຕູ, ແລະທີ່ປະຕູມີທູດສະຫວັນສິບສອງອົງ ເທິງປະຕູມີຊື່ເຜົ່າຂອງປະຊາກອນອິສະຣາເອນສິບສອງເຜົ່າຈາຣຶກໄວ້. \v 13 ກຳແພງແຕ່ລະດ້ານມີປະຕູຢູ່ສາມປ່ອງ,ຄືທິດຕາເວັນອອກມີສາມປ່ອງ, ທາງດ້ານເຫນືອມີສາມປ່ອງ, ທາງດ້ານໃຕ້ມີສາມປ່ອງ, ແລະທາງດ້ານຕາເວັນຕົກສາມປ່ອງ.