lo_rev_text_ulb_l3/21/09.txt

1 line
981 B
Plaintext

\v 9 ແລ້ວທູດສະຫວັນອົງຫນຶ່ງໃນເຈັດອົງທີ່ຖືຂັນເຈັດຫນ່ວຍອັນເຕັມໄປດ້ວຍພັຍພິບັດສຸດທ້າຍເຈັດຢ່າງນັ້ນ, ມາເວົ້າກັບຂ້າພຣະເຈົ້າວ່າ "ມາທີ່ນີ້ ເຮົາຈະໃຫ້ທ່ານເບິ່ງເຈົ້າສາວທີ່ເປັນມະເຫສີຂອງພຣະເມສານ້ອຍ. \v 10 ແລ້ວທ່ານນຳຂ້າພຣະເຈົ້າໂດຍພຣະວິນຍານຂຶ້ນໄປເທິງພູເຂົາສູງຫນ່ວຍໃຫຍ່ແລະສະແດງໃຫ້ຂ້າພຣະເຈົ້າເຫັນນະຄອນບໍຣິສຸດຄືນະຄອນເຢຣູຊາເລັມ, ຊຶ່ງລົງມາຈາກສະຫວັນແລະຈາກພຣະເຈົ້າ.