lo_rev_text_ulb_l3/21/01.txt

1 line
872 B
Plaintext

\c 21 \v 1 ແລ້ວຂ້າພຣະເຈົ້າເຫັນສະຫວັນໃຫມ່ແລະແຜ່ນດິນໂລກໃຫມ່, ເພາະວ່າຟ້າສະຫວັນເດີມ ແລະແຜ່ນດິນໂລກເດີມນັ້ນໄດ້ຜ່ານພົ້ນໄປແລ້ວ, ແລະທະເລກໍ່ບໍ່ມີອີກຕໍ່ໄປ. \v 2 ຂ້າພຣະເຈົ້າໄດ້ເຫັນນະຄອນບໍຣິສຸດ ຄືນະຄອນເຢຣູຊາເລັມໃຫມ່ຊຶ່ງລົງມາຈາກສະຫວັນແລະຈາກພຣະເຈົ້າ ຊຶ່ງໄດ້ຮັບການຕຽມພ້ອມເຫມືອນຢ່າງເຈົ້າສາວທີ່ປະດັບກາຍໄວ້ສຳລັບເຈົ້າບ່າວຂອງຕົນ.