lo_rev_text_ulb_l3/19/14.txt

1 line
1.3 KiB
Plaintext

\v 14 ກອງທັບທັງຫລາຍໃນສະຫວັນຂີ່ມ້າຂາວຕາມພຣະອົງໄປ ຕ່າງກໍ່ສວມໃສ່ຜ້າປ່ານເນື້ອລະອຽດ, ສີຂາວແລະສະອາດ. \v 15 ມີດາບຄົມດວງຫນຶ່ງອອກມາຈາກປາກຂອງພຣະອົງຊຶ່ງໃຊ້ຟາດຟັນປະຊາຊາດຕ່າງໆ, ແລະພຣະອົງຈະຊົງປົກຄອງພວກເຂົາທັງຫລາຍດ້ວຍໄມ້ຄ້ອນເຫລັກທີ່ມີອຳນາດ, ພຣະອົງຊົງບີບນ້ຳອະງຸ່ນໃນອ່າງແຫ່ງຄວາມໂກດຮ້າຍອັນຮຸນແຮງຂອງພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່ສູງສຸດ. \v 16 ພຣະອົງຊົງມີພຣະນາມຈາຣຶກເທິງເສື້ອຄຸມຂອງພຣະອົງ ແລະທີ່ຕົ້ນຂາຂອງພຣະອົງວ່າ "ກະສັດເຫນືອກະສັດທັງຫລາຍ ແລະເຈົ້ານາຍເຫນືອເຈົ້ານາຍທັງຫລາຍ."