lo_rev_text_ulb_l3/19/11.txt

1 line
1.2 KiB
Plaintext

\v 11 ແລ້ວຂ້າພຣະເຈົ້າເຫັນສະຫວັນເປີດອອກ ແລະຂ້າພຣະເຈົ້າເບິ່ງໄປເຫັນມ້າສີຂາວໂຕຫນຶ່ງ. ພຣະອົງຜູ້ປະທັບເທິງຫລັງມ້ານັ້ນມີພຣະນາມວ່າສັດຊື່ແລະທ່ຽງແທ້. ພຣະອົງຊົງພິພາກສາແລະຊົງຕໍ່ສູ້ດ້ວຍຄວາມຊອບທັມ. \v 12 ດວງຕາຂອງພຣະອົງເປັນເຫມືອນແປວໄຟ ແລະມີມົງກຸດຫລາຍອັນທີ່ເທິງຫົວຂອງພຣະອົງ, ພຣະອົງຊົງມີພຣະນາມຈາຣຶກໄວ້ເທິງພຣະກາຍຂອງພຣະອົງຊຶ່ງບໍ່ມີໃຜຮູ້ຈັກເລີຍນອກຈາກພຣະອົງເອງ. \v 13 ພຣະອົງຊົງນຸ່ງເສື້ອຄຸມທີ່ໄດ້ຈຸ່ມໃນເລືອດ ແລະພຣະນາມທີ່ເອີ້ນພຣະອົງນັ້ນຄືພຣະຄັມຂອງພຣະເຈົ້າ.