lo_rev_text_ulb_l3/19/09.txt

1 line
1.4 KiB
Plaintext

\v 9 ທູດສະຫວັນອົງນັ້ນບອກຂ້າພຣະເຈົ້າວ່າ, "ຈົ່ງຂຽນລົງໄປຢ່າງນີ້ວ່າ ຄົນທັງຫລາຍທີ່ໄດ້ຮັບເຊີນມາງານລ້ຽງສົມຣົດຂອງພຣະເມສານ້ອຍກໍ່ເປັນສຸກ," ທ່ານບອກອີກວ່າ "ຖ້ອຍຄຳເຫລົ່ານີ້ເປັນຄຳສັດຈິງຂອງພຣະເຈົ້າ." \v 10 ແລ້ວຂ້າພຣະເຈົ້າກໍ່ກົ້ມຕົວລົງໃກ້ຕີນຂອງທູດສະຫວັນເພື່ອຈະນະມັດສະການທ່ານ ແຕ່ທ່ານກ່າວກັບຂ້າພຣະເຈົ້າວ່າ, "ຢ່າເຮັດເຊັ່ນນີ້ ເຮົາເປັນຜູ້ຮັບໃຊ້ເຊັ່ນດຽວກັບທ່ານ, ແລະພີ່ນ້ອງຂອງທ່ານທີ່ຢຶດຖືຄຳພະຍານກ່ຽວກັບພຣະເຢຊູເຈົ້າຈົ່ງນະມັດສະການພຣະເຈົ້າເຖີ້ນ, ເພາະວ່າຄຳພະຍານກ່ຽວກັບພຣະເຢຊູເຈົ້ານັ້ນເປັນຫົວໃຈຂອງການເປີດເຜີຍພຣະຄັມ."