lo_rev_text_ulb_l3/17/12.txt

1 line
1.4 KiB
Plaintext

\v 12 ເຂົາທັງສິບເຂົາທີ່ທ່ານເຫັນນັ້ນຄືກະສັດສິບອົງທີ່ຍັງບໍ່ໄດ້ຮັບຣາຊອານາຈັກ, ແຕ່ຈະຮັບສິດທິອຳນາດເຫມືອນຢ່າງກະສັດດ້ວຍກັນກັບສັດຮ້າຍໂຕນັ້ນຫນຶ່ງຊົ່ວໂມງ. \v 13 ກະສັດເຫລົ່ານີ້ມີຄວາມເຫັນອັນດຽວກັນ, ແລະຈະມອບຣິດອຳນາດ ແລະສິດທິອຳນາດຂອງຕົນແກ່ສັດຮ້າຍນັ້ນ. \v 14 ພວກເຂົາຈະຕໍ່ສູ້ກັບພຣະເມສານ້ອຍ. ແຕ່ພຣະເມສານ້ອຍຈະເອົາຊະນະເຂົາ ເພາະວ່າພຣະອົງຊົງເປັນເຈົ້ານາຍເຫນືອເຈົ້ານາຍທັງຫມົດ, ແລະຊົງເປັນມະຫາກະສັດເຫນືອກະສັດທັງຫມົດ ແລະບັນດາຜູ້ທີ່ຢູ່ກັບພຣະອົງນັ້ນ ກໍ່ເປັນຜູ້ທີ່ໄດ້ຮັບການຊົງເອີ້ນ ໄດ້ຮັບການຊົງເລືອກ ແລະເປັນຜູ້ທີ່ສັດຊື່"ກໍຈະມີໄຊດ້ວຍກັນກັບພຣະອົງ.