lo_rev_text_ulb_l3/09/10.txt

1 line
867 B
Plaintext

\v 10 ພວກມັນມີຫາງທີ່ໃຊ້ຕອດເຫມືອນແມງງອດ; ໃນຫາງຂອງພວກມັນມີອຳນາດທີ່ຈະທຳຮ້າຍຄົນໃຫ້ບາດເຈັບເປັນເວລາຫ້າເດືອນ. \v 11 ພວກມັນມີຫົວຫນ້າຝູງທີ່ເປັນທູດຈາກຂຸມນາຣົກເລິກ. ຊື່ເປັນພາສາເຮັບເຣີຂອງທູດນັ້ນຄືອາບັດໂດນ ແລະ ຊື່ໃນພາສາກຣີກຄືອາໂປລິໂອນ. \v 12 ວິບັດຢ່າງທຳອິດຜ່ານພົ້ນໄປແລ້ວ. ເບິ່ງແມ! ຈະຍັງຄົງມີວິບັດອີກສອງຢ່າງຈະເກີດຂຶ້ນພາຍຫນ້າ.