lo_rev_text_ulb_l3/09/01.txt

1 line
874 B
Plaintext

\c 9 \v 1 ຈາກນັ້ນທູດສະຫວັນອົງທີຫ້າກໍ່ເປົ່າແກ. ຂ້າພຣະເຈົ້າໄດ້ເຫັນດາວດວງຫນຶ່ງຕົກລົງມາຈາກທ້ອງຟ້າມາຍັງແຜ່ນດິນໂລກ. ດາວດວງນັ້ນໄດ້ຮັບມອບກະແຈເພື່ອໄຂເປີດຊ່ອງນາຣົກຂຸມເລິກ. \v 2 ເຂົາໄຂເປີດຊ່ອງນາຣົກຂຸມເລິກນັ້ນ, ແລະ ມີຄວັນໄຟພຸ່ງອອກມາເຫມືອນຄວັນຈາກເຕົາຫລອມຂະຫນາດໃຫຍ່ ຕາເວັນ ແລະ ຟ້າອາກາດກໍ່ມືດໄປເພາະຄວັນທີ່ພຸ່ງອອກຈາກນາຣົກນັ້ນ.