lo_rev_text_ulb_l3/07/15.txt

1 line
1.3 KiB
Plaintext

\v 15 ເພາະເຫດນີ້, ເຂົາທັງຫລາຍຈຶ່ງໄດ້ຢືນຢູ່ຕໍ່ຫນ້າພຣະຣາຊບັນລັງຂອງພຣະເຈົ້າ, ແລະ ນະມັດສະການພຣະອົງໃນພຣະວິຫານຂອງພຣະອົງທັງກາງເວັນ ແລະ ກາງຄືນ ແລະ ພຣະອົງຜູ້ປະທັບເທິງຣາຊບັນລັງນັ້ນຊົງຄຸ້ມຄອງພວກເຂົາ. \v 16 ພວກເຂົາຈະບໍ່ອຶດເຂົ້າຢາກນໍ້າອີກຕໍ່ໄປເລີຍ ຕາເວັນຫລືແສງແດດອັນຮ້ອນກ້າຈະບໍ່ເຜົາໃຫມ້ພວກເຂົາ. \v 17 ເພາະພຣະເມສານ້ອຍຜູ້ຊົງປະທັບຢູ່ທ່າມກາງຣາຊບັນລັງນັ້ນຈະຊົງເປັນພຣະຜູ້ລ້ຽງດູພວກເຂົາ ແລະ ຈະຊົງນຳພວກເຂົາໄປຍັງນໍ້າພຸແຫ່ງຊີວິດ, ແລະ ຈະຊົງເຊັດນໍ້າຕາທຸກຢົດຈາກຕາຂອງເຂົາທັງຫລາຍ."