lo_rev_text_ulb_l3/04/09.txt

1 line
1.5 KiB
Plaintext

\v 9 ເມື່ອໃດກໍ່ຕາມສິ່ງທີ່ມີຊີວິດເຫລົ່ານັ້ນເປັ່ງສຽງຍົກຍ້ອງສະຫງ່າຣາສີ, ພຣະກຽດ, ແລະ ຂອບພຣະຄຸນແກ່ພຣະອົງຜູ້ປະທັບເທິງຣາຊບັນລັງ ແລະ ຜູ້ຊົງມີພຣະຊົນຢູ່ຕະຫລອດໄປເປັນນິດນັ້ນ, \v 10 ຜູ້ອາວຸດໂສທັງຊາວສີ່ທ່ານກໍ່ຂາບລົງຊ້ອງຫນ້າພຣະອົງຜູ້ປະທັບເທິງຣາຊບັນລັງນັ້ນ ນະມັດສະການພຣະອົງຜູ້ຊົງພຣະຊົນຢູ່ຕະຫລອດໄປເປັນນິດ ແລະ ຖອດມົງກຸດອອກວາງຕໍ່ຫນ້າຣາຊບັນລັງຮ້ອງວ່າ, \v 11 "ຂ້າແດ່ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຂອງຂ້ານ້ອຍທັງຫລາຍພຣະອົງສົມຄວນທີ່ຈະໄດ້ຮັບສະຫງ່າຣາສີ ພຣະກຽດ ແລະ ຣິດອຳນາດ ດ້ວຍວ່າພຣະອົງໄດ້ສ້າງສັພະທຸກສິ່ງທັງປວງຂຶ້ນແລ້ວໂດຍພຣະປະສົງ ແລະ ສັພະທຸກສິ່ງເຫລົ່ານີ້ກໍ່ດຳຣົງຢູ່ ແລະ ມີຊີວິດຢູ່."