lo_rev_text_ulb_l3/04/01.txt

2 lines
1.3 KiB
Plaintext

\c 4 \v 1 ຫລັງຈາກນັ້ນ ຂ້າພຣະເຈົ້າກໍໄດ້ເຫັນນິມິດຢ່າງຫນຶ່ງເຫັນປະຕູທີ່ເປີດອອກຢູ່ໃນສະຫວັນ. ແລະ ພຣະສຸຣະສຽງທຳອິດ ທີ່ຂ້າພຣະເຈົ້າໄດ້ຍິນກ່າວ ກັບຂ້າພຣະເຈົ້າ
ເຫມືອນຢ່າງສຽງແກວ່າ "ຈົ່ງຂຶ້ນມາທີ່ນີ້ ແລະ ເຮົາຈະສະແດງໃຫ້ເຈົ້າເຫັນສິ່ງທີ່ຈະຕ້ອງເກີດຂື້ນໃນພາຍຫນ້າ." \v 2 ໃນທັນໃດນັ້ນຂ້າພຣະເຈົ້າກໍ່ຢູ່ໃນພຣະວິນຍານ, ແລະ ຂ້າພຣະເຈົ້າໄດ້ເຫັນຣາຊບັນລັງຕັ້ງຢູ່ໃນສະຫວັນ, ແລະ ມີທ່ານຜູ້ຫນຶ່ງປະທັບເທິງພຣະທີ່ນັ່ງນັ້ນ. \v 3 ໃບຫນ້າຂອງພຣະອົງເປັນແກ້ວມະນີໂຊດ ແລະ ແກ້ວພິລາ. ອ້ອມຮອບບັນລັງນ້້ນມີຮຸ້ງກິນນໍ້າສີຄ້າຍຄືແສງແກ້ວມໍຣະກົດ.