lo_rev_text_ulb_l3/02/16.txt

1 line
998 B
Plaintext

\v 16 ເພາະສະນັ້ນຈົ່ງກັບໃຈເສຍໃຫມ່, ຖ້າບໍ່ດັ່ງນັ້ນ ເຮົາຈະມາຫາເຈົ້າໂດຍໄວ, ແລະ ເຮົາຈະຕໍ່ສູ້ກັບຄົນເຫລົ່ານັ້ນດ້ວຍດາບທີ່ອອກຈາກປາກຂອງເຮົາ. \v 17 ໃຜມີຫູຟັງ ກໍ່ໃຫ້ຟັງຂໍ້ຄວາມທີ່ພຣະວິນຍານກ່າວກັບຄຣິສຕະຈັກທັງຫລາຍ. ສຳລັບຜູ້ທີ່ມີຊັຍຊະນະ, ເຮົາຈະໃຫ້ມານາທີ່ເຊື່ອງໄວ້ ແລະ ຈະໃຫ້ຫີນຂາວທີ່ມີຊື່ໃຫມ່ຈາຣຶກໄວ້ເທິງກ້ອນຫີນນັ້ນ ເປັນຊື່ຊຶ່ງບໍ່ມີໃຜຮູ້ເລີຍນອກຈາກຜູ້ທີ່ໄດ້ຮັບເທົ່ານັ້ນ.