lo_rev_text_ulb_l3/02/03.txt

1 line
1.2 KiB
Plaintext

\v 3 ເຮົາຮູ້ວ່າພວກເຈົ້າມີຄວາມອົດທົນ ແລະພວກເຈົ້າຕ້ອງທົນທຸກຢ່າງຫລວງຫລາຍເພາະນາມຂອງເຮົາ ແລະບໍ່ໄດ້ທໍ້ຖ້ອຍ \v 4 ແຕ່ເຮົາມີຂໍ້ທີ່ຈະຕິຕຽນພວກເຈົ້າຄື: ເຈົ້າໄດ້ປະຖິ້ມຄວາມຮັກຄັ້ງທຳອິດຂອງເຈົ້າ. \v 5 ເພາະສະນັ້ນຈົ່ງລະນຶກ ເຖິງສະພາບດັ້ງເດີມທີ່ເຈົ້າຕົກລົງມາແລ້ວນັ້ນ. ຈົ່ງກັບໃຈເສຍໃຫມ່ ແລະ ກະທຳຕາມສິ່ງທີ່ເຈົ້າໄດ້ເຄີຍເຮັດມາໃນຕອນຕົ້ນນັ້ນ ຖ້າບໍ່ດັ່ງນັ້ນເຮົາຈະມາຫາເຈົ້າ ແລະ ເຮົາຈະຍ້າຍຄັນຕະກຽງຂອງເຈົ້າອອກຈາກທີ່ຂອງມັນ ເວັ້ນໄວ້ແຕ່ເຈົ້າຈະກັບໃຈເສຍໃຫມ່.