lo_psa_text_ulb_l3/76/01.txt

1 line
1.1 KiB
Plaintext

\c 76 ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ, ກ່ຽວ​ກັບ​ເຄື່ອງ​ດົນ​ທັງ​ຫລາຍ. ບົດ​ເພງ​ສັນ​ລະ​ເສີນ​ຂອງ​ອາ​ສາບ, ເປັນ​ບົດ​ເພງ. \v 1 ພ​ຣະ​ເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ພ​ຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ໃນ​ຢູ​ດາ; ພ​ຣະ​ນາມ​ຂອງ​ພ​ຣະ​ອົງ​ໃຫຍ່​ຫລາຍ​ໃນ​ອິດ​ສະ​ຣາ​ເອນ. \v 2 ທີ່​ຢູ່​ຂອງ​ພ​ຣະ​ອົງ​ຢູ່​ໃນ​ຊາ​ເລັມ; ທີ່​ຊົງ​ສະ​ຖິດ​ຂອງ​ພ​ຣະ​ອົງ​ຢູ່​ໃນ​ຊີ​ໂອນ. \v 3 ພ​ຣະ​ອົງ​ຊົງ​ຫັກ​ບັນ​ດາ​ລູກ​ທະ​ນູ, ໂລ້, ດາບ, ແລະ​ບັນ​ດາ​ອາ​ວຸດ​ອື່ນໆ ແຫ່ງ​ສົງ​ຄາມ. ເສ​ລາ