lo_psa_text_ulb_l3/44/18.txt

1 line
1.7 KiB
Plaintext

\v 18 ​ໃຈ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ບໍ່​ໄດ້​ຫັນ​ກັບ; ກ້າວເດີນ​ຂອງ​ຂ້າ​ນ້ອຍ​ທັ​ງ​ຫລາຍ​ບໍ່​ໄດ້​ໄປ​ຈາກ​ທາງ​ທີ່​ພ​ຣະ​ອົງ​ຂີດ​ໄວ້. \v 19 ແຕ່​ພ​ຣະ​ອົງ​ຍັງ​ຊົງ​ທຸບ​ພວກ​ຂ້າ​ນ້ອຍ​ທັງ​ຫລາຍ​ໃຫ້​ແຕກ​ໃນ​ທີ່​ຂອງ​ພວກ​ຫມາ​ປ່າ ​ແລະ​ປົກ​ຄຸມ​ຂ້າ​ນ້ອຍ​ທັງ​ຫລາຍ​ດ້ວຍ​ເງົາ​ແຫ່ງ​ຄວາມ​ຕາຍ. \v 20 ຖ້າ​ຫາກ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ລືມ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ຫລື​ຍື່ນ​ມື​ຂຶ້ນ​ຕໍ່​ພະ​ອື່ນ, \v 21 ພ​ຣະ​ເຈົ້າ​ຈະ​ບໍ່​ຊົງ​ຮູ້​ບໍ່? ເພາະ​ພ​ຣະ​ອົງ​ຊົງ​ຮູ້​ຄວາມ​ລັບ​ຂອງ​ຈິດ​ໃຈ. \v 22 ເພາະ​ເຫັນ​ແກ່​ພ​ຣະ​ອົງ, ຂ້າ​ນ້ອຍ​ທັງ​ຫລາຍ​ຖືກ​ຂ້າ​ຫມົດມື້ຮອດ​ຄ່ຳ; ຂ້າ​ນ້ອຍ​ທ​ັງ​ຫລາຍ​ເປັນ​ຄື​ແກະ​ສຳ​ຫລັບ​ນຳ​ໄປ​ຂ້າ ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ.