lo_psa_text_ulb_l3/11/01.txt

1 line
978 B
Plaintext

\c 11 ສຳ​ຫລັບ​ນັກ​ດ​ົນ​ຕຣີ. ບົດ​ເພງ​ສັນ​ລະ​ເສີນ​ຂອງ​ດາ​ວິດ. \v 1 ຂ້າ​ນ້ອຍ​ລີ້​ໄພ​ໃນ​ພ​ຣະ​ຢາ​ເວ; ທ່ານ​ຈະ​ເວົ້າ​ກັບ​ຂ້າ​ນ້ອຍ​ເຊັ່ນ​ນີ້​ ຫລື​ວ່າ "ຈົ່ງ​ຫນີ​ໄປ​ທີ່​ພູ​ເຂົາ​ ເຫມືອນ​ກັບ​ນົກ"? \v 2 ເພາະ​ເບິ່ງ​ເຖີດ! ຄົນ​ຊົ່ວ​ໂກ່ງ​ຄັນ​ທະ​ນູ​ຂອງ​ພວກ​ເຂົາ. ພວກ​ເຂົາ​ເອົ​າ​ລູກ​ທະ​ນູ​ພາດ​ໄວ້​ທີ່​ສາຍ​ແລ້ວ ພ້ອມ​ທີ່​ຈະ​ຍິງ​ໄປ​ໃນ​ຄວາມ​ມືດ​ໃຫ້​ຖືກ​ທີ່​ໃຈ​ຄົນ​ທ່ຽງ​ທຳ.