lo_psa_text_ulb_l3/79/01.txt

1 line
1.5 KiB
Plaintext

\c 79 ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ອາ​ສາບ. \v 1 ຂ້າ​ແດ່​ພ​ຣະ​ເຈົ້າ, ບັນ​ດາ​ຄົນ​ຕ່າງ​ຊາດ​ໄດ້​ລ່ວງ​ລ້ຳ​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ​; ພວກ​ເຂົາ​ໄດ້​ເຮັດ​ໃຫ້​ພ​ຣະ​ວິ​ຫານ​ບໍຣິສຸດ​ຂອງ​ພ​ຣະ​ອົງ​​ເປັນມົນທິນ; ພວກ​ເຂົາ​ໄດ້​ເຮັດ​ໃຫ້​ນະຄອນ​ເຢ​ຣູ​ຊາ​ເລັມ​ຖືກທຳລາຍ. \v 2 ພວກ​ເຂົາ​ໄດ້​ຍົກ​ສົບ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ໃຫ້​ເປັນ​ອາ​ຫານ​ແກ່​ພວກ​ນົກ​ໃນ​ທ້ອງ​ຟ້າ, ໃຫ້​ຮ່າງ​ກາຍ​ຂອງ​ບັນ​ດາ​ຜູ້​ຈົ່ງ​ຮັກ​ພັກ​ດີ​ຂອງ​ພ​ຣະ​ອົງ​ແກ່​ພວກ​ສັດ​ປ່າ​ແຫ່ງ​ແຜ່ນ​ດິນ​ໂລກ. \v 3 ພວກເຂົາໄດ້ຫລັ່ງເລືອດຂອງພວກເຂົາອອກ ເຫມືອນນ້ຳຮອບໆນະຄອນເຢຣູຊາເລັມ, ແລະ​ບໍ່​ມີ​ໃຜ​ໄດ້​ຝັງ​ພວກ​ເຂົາ​ເລີຍ.