lo_psa_text_ulb_l3/63/01.txt

1 line
1.3 KiB
Plaintext

\c 63 \v 1 ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ, ໃນ​ເວ​ລາ​ທີ່​ເພີ່ນ​ກຳ​ລັງ​ຢູ່​ໃນ​ຄວາມ​ມືດ​ມິດ​ຂອງ​ຍູ​ດາ. ຂ້າແດ່ພຣະເຈົ້າ, ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ! ຂ້າ​ນ້ອຍ​ຈະ​ສະ​ແຫວງ​ຫາ​ພ​ຣະ​ອົງ​ຢ່າງ​ຮ້ອນ​ຮົນ, ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ກະ​ຫາຍ​ຫາ​ພ​ຣະ​ອົງ, ແລະ​ເນື້ອ​ຫນັງ​ຂອງ​ຂ້າ​ນ້ອຍ​ປຣາ​ຖນາ​ຫາ​ພ​ຣະ​ອົງ​ໃນ​ດິນ​ແດນ​ທີ່​ແຫ້ງ​ແລ້ງ​ແລະ​ອ່ອນ​ລ້າ​ທີ່​ຂາດ​ນ້ຳລໍ່ລ້ຽງ. \v 2 ດັ່ງ​ນັ້ນ ຂ້າ​ນ້ອຍ​ຈຶ່ງ​ໄດ້​ຫລຽວເບິ່ງ​ພ​ຣະ​ອົງ​ໃນ​ພຣະວິຫານ​ເພື່ອ​ເຫັນ​ຣິດ​ອໍາ​ນາດ​ແລະ​ພ​ຣະ​ສະຫງ່າຣາສີ​ຂ​ອງ​ພ​ຣະ​ອົງ.