lo_psa_text_ulb_l3/55/12.txt

1 line
1.1 KiB
Plaintext

\v 12 ​ເພາະ​ບໍ່​ແມ່ນ​ສັດ​ຕຣູ​ທີ່​ນາບຂູ່ຂ້ານ້ອຍ, ຂ້ານ້ອຍ​ຈຶ່ງ​ຈະ​ທົນ​ໄດ້ ແລະ​ບໍ່​ແມ່ນຜູ້​ທີ່​ກຽດ​ຊັງ​ຂ້ານ້ອຍ​; ທີ່​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ຂ້ານ້ອຍ, ແລ້ວຂ້າ​ນ້ອຍຈຶ່ງ​ຈະ​ລີ້​ຕົວ​ຈາກ​ເຂົາ. \v 13 ແຕ່​ເປັນ​ທ່ານ, ເປັນ​ຜູ້​ເທົ່າ​ທຽມ​ກັບ​ຂ້ານ້ອຍ, ເປັນ​ເພື່ອນ​ສະຫ​ນິດ​ຂອງ​ຂ້ານ້ອຍ. \v 14 ເຮົາ​ເຄີຍ​ມີສາ​​ມະ​ຄີ​ທັມ​ທີ່​​ຫນ້າ​ຊື່ນ​ໃຈ​ດ້ວຍ​ກັນ; ເຮົາ​ເຄີຍ​ຍ່າງ​ໃນ​ພຣະ​ວິ​ຫານ​ຂອງ​ພ​ຣະ​ເຈົ້າ​ພ້ອມ​ກັບ​ຝູງ​ຊົນ.