lo_psa_text_ulb_l3/37/28.txt

1 line
1.0 KiB
Plaintext

\v 28 ​ເພາະ​ພ​ຣະ​ຢາ​ເວ​ຊົງ​ຮັກ​ຄວາມ​ຍຸ​ຕິ​ທັມ​ແລະ​ບໍ່​ຖິ້ມ​ຜູ້​ທີ່​ຕິດ​ຕາມ​ຢ່າງ​ຊື່​ສັດ. ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ຮັກສາ​ໄວ້​ຕະ​ຫລອດ​ໄປ​ເປັນ​ນິ​ດ, ແຕ່​ບັນ​ດາ​ລູກ​ຫລານ​ຂອງ​ຄົນ​ຊົ່ວ​ຈະ​ຖືກ​ຕັດ​ອອກ​ໄປເສຍ. \v 29 ຄົນ​ຊອບ​ທັມ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ເປັນ​ມໍ​ຣະ​ດົກ​ແລະ​ອ​າ​ສັຍ​ຢູ່​ທີ່​ນັ້ນ​ຕະ​ຫລອດ​ໄປ​ເປັນ​ນິ​​ດ. \v 30 ປາກ​ຂອງ​ຄົນ​ຊອບ​ທັມເວົ້າ​ເຖິງ​ປັນ​ຍາ​ແລະ​ເພີ່ມ​ພູນຄວາມ​ຍຸ​ຕິ​ທັມ.