lo_psa_text_ulb_l3/17/13.txt

1 line
1.6 KiB
Plaintext

\v 13 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ລຸກ​ຂຶ້ນ! ຂໍ​ຊົງ​ໂຈມ​ຕີ​ພວກ​ເຂົາ ຂໍ​ຊົງ​ໂຍນ​ພວກ​ເຂົາ​ໃຫ້​ຫນ້າ​ຂວ້ຳ! ຂໍ​ຊົງ​ຊ່ວຍ​ກູ້​ຊີ​ວິດ ​ຂອງ​ຂ້າ​ນ້ອຍ​ຈາກ​ຄົນ​ຊົ່ວ​ດ້ວຍ​ດາບ​ຂອງ​ພ​ຣະ​ອົງ! \v 14 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ເຫລົ່າ​ນັ້ນ​ ດ້ວຍ​ມື​ຂອງ​ພ​ຣະ​ອົງ, ຈາກ​ພວກ​ມະ​ນຸດ​ຂອງ​ໂລກ​ນີ້​ ທີ່​ຄວາມ​ຮັ່ງ​ມີ​ຂອງ​ເຂົາ​ ຢູ່​ແຕ່​ໃນ​ຊີ​ວິດ​ນີ້​ເທົ່າ​ນັ້ນ! ພ​ຣະ​ອົງ​ຈະ​ຊົງ​ໃຫ້ທ້ອງ​​​ຂອງ​ຄົນ ​ທີ່​ພ​ຣະ​ອົງ​ຊົງຮັກ​ອີ່ມ​ດ້ວຍ​ຄວາມ​ຮັ່ງ​ມີ; ພວກ​ເຂົາ​ຈະ​ມີ​ລູກ​ຫລານ​ຫລວງ​ຫລາຍ ​ແລະ​ຈະ​ຖິ້ມ​ຄວາມ​ຮັ່ງ​ມີ​ຂອງ​ພວກ​ເຂົາ​ ໄວ້​ໃຫ້​ແກ່​ລູກ​ຫລານ​ຂອງ​ພວກ​ເຂົາ.