lo_psa_text_ulb_l3/107/04.txt

1 line
1.3 KiB
Plaintext

\v 4 ພວກ​ເຂົາ​ໄດ້​ເລາະໄ​ປ​ໃນຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເທິງ​ຫົນ​ທາງ​ໃນ​ທີ່ປ່ຽວ ​ແລະ​ຫາ​ບໍ່​ພົບ​ທາງທີ່ຈະເຂົ້າໄປໃນເມືອງ​ນັ້ນໄດ້. \v 5 ​ພວກ​ເຂົາ​ໄດ້ພາກັນ​ຫິວເຂົ້າ​ແລະ​ກະ​ຫາຍນ້ຳ, ​ພວກ​ເຂົາ​ໄດ້​ຫມົດ​ແຮງ​ຈາກ​ຄວາມ​ອ່ອນ​ລ້າ. \v 6 ແລ້ວ​ພວກ​ເຂົາ​ໄດ້​ຮ້ອງຫາ​ພ​ຣະ​ຢາ​ເວ, ​ທ່າມ​ກາງ​ຄວາມ​ທຸກ​ຍາກ​ຂອງ​ພວກ​ເຂົາ ແລ​ະ​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ໃຈ​ຂອງ​ພວ​ກ​ເຂົາ. \v 7 ພ​ຣະ​ອົງ​ໄດ້​ຊົງ​ນຳ​ພວກ​ເຂົາ​ໄປ​ໃນ​ທາງ​ຊື່​ເພື່ອ​ພວກ​ເຂົ​າ​ຈະ​ໄດ້​ໄປ​ເຖິງ​ເມືອງ​ທີ່​ຈະ​ເຂົ້າ​ອາ​ສັຍ​ໄດ້.