lo_psa_text_ulb_l3/105/24.txt

1 line
1.4 KiB
Plaintext

\v 24 ​ພ​ຣະ​ຢາ​ເວ​ໄດ້​ຊົງ​ເຮັດ​ໃຫ້​ປະ​ຊາຊົນ​ຂອງ​ພ​ຣະ​ອົງ​, ມີ​ລູກ​ຫລາຍ ແລະ​ໄດ້​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ແຂງ​ແກ່ນກວ່າ​​ສັດ​ຕຣູ​ຂອງ​ພວກ​ເຂົາ. \v 25 ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ສັດ​ຕຣູຂອງ​ພວກ​ເຂົາ​ກຽດ​ຊັງ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ, ເພື່ອ​ຂົ່ມ​ເຫັງ​ຜູ້​ຮັບ​ໃຊ້ຂອງພ​ຣະ​ອ​ົງ. \v 26 ພ​ຣະ​ອົງ​ໄດ້​ຊົງ​ໃຊ້​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ແລະ​ອາ​ໂຣນ​ຜູ້​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເລືອກ​ໄວ້. \v 27 ເຂົາ​ທັງ​ສອງ​ໄດ້​ສຳ​ແດງ​ບັນ​ດາ​ຫມາຍ​ສຳ​ຄັນ​ຂອງ​ພ​ຣະ​ອົງ​ທ່າມ​ກາງ​ຄົນ​ເອຢິບ, ສຳ​ແດງ​ການ​ອັ​ສະ​ຈັນ​ຂອງ​ພ​ຣະ​ອົງ​ໃນ​ແຜ່ນ​ດິນ​ຂອງ​ຮ​າມ.