lo_pro_text_ulb_l3/10/01.txt

1 line
856 B
Plaintext

\c 10 \v 1 ບັນດາສຸພາສິດຂອງໂຊໂລໂມນ. ລູກຊາຍທີ່ມີປັນຍາເຮັດໃຫ້ພໍ່ຍິນດີ ແຕ່ລູກຊາຍທີ່ໂງ່ນຳຄວາມໂສກເສົ້າມາສູ່ແມ່ຂອງເຂົາ. \v 2 ບັນດາຊັບສິນທີ່ໄດ້ສະສົມໂດຍຄົນອະທຳບໍ່ມີຄ່າ, ແຕ່ການເຮັດສິ່ງທີ່ຊອບທຳເຮັດໃຫ້ເຈົ້າໄດ້ພົ້ນຈາກຄວາມຕາຍ. \v 3 ພຣະຢາເວຈະບໍ່ຊົງປ່ອຍໃຫ້ຈິດໃຈຂອງຄົນຊອບທຳຫິວກະຫາຍ, ແຕ່ພຣະອົງຈະຊົງປະຕິເສດຄວາມກະຫາຍຂອງຄົນອະທຳ.