lo_php_text_ulb_l3/01/25.txt

1 line
1.6 KiB
Plaintext

\v 25 ເນື່ອງຈາກຂ້າພະເຈົ້າຫມັ້ນໃຈ ໃນເລື່ອງນີ້ ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າຈະຍັງຕ້ອງຢູ່ກັບທ່ານທັງຫລາຍຕໍ່ໄປອີກ ເພື່ອຄວາມກ້າວຫນ້າ ແລະ ຄວາມຊື່ນຊົມຍິນດີໃນຄວາມເຊື່ອຂອງພວກທ່ານ, \v 26 ຜົນກໍຄືຄວາມຊື່ນຊົມຍິນດີຂອງພວກທ່ານໃນພຣະເຢຊູຄຣິດເຈົ້າ ເນື່ອງຈາກຂ້າພະເຈົ້າຈະທະວີຂຶ້ນ ເພາະການທີ່ຂ້າພະເຈົ້າໄດ້ມາຢູ່ກັບທ່ານອີກ \v 27 ຂໍພຽງດຳເນີນຊີວິດ ໃຫ້ສົມກັບຂ່າວປະເສີດ ຂອງພຣະເຢຊູຄຣິດເຈົ້າ ຈົ່ງກະທຳເຊັ່ນນີ້ເພື່ອວ່າ ຖ້າຂ້າພະເຈົ້າມາຫາພວກທ່ານ ຫລື ບໍ່ມາກໍຕາມ ຂ້າພະເຈົ້າກໍຈະໄດ້ຍິນວ່າພວກທ່ານຕັ້ງໝັ້ນຄົງຢູ່ ໃນວິນຍານດຽວກັນ ຂ້າພະເຈົ້າຢາກໄດ້ຍິນຂ່າວວ່າພວກທ່ານໄດ້ຮ່ວມກັນຕໍ່ສູ້ ດ້ວຍຈິດໃຈດຽວກັນ ເພື່ອຄວາມເຊື່ອໃນຂ່າວປະເສີດ.