lo_php_text_ulb_l3/02/28.txt

1 line
1.2 KiB
Plaintext

\v 28 ເພາະສະນັ້ນຂ້າພະເຈົ້າຈຶ່ງປາຖະຫນາທີ່ຈະສົ່ງເຂົາໄປຫາພວກທ່ານໂດຍໄວຍິ່ງຂື້ນ, ເພື່ອວ່າພວກທ່ານເຫັນເພິ່ນກັບຄືນ ທ່ານຈະຍິນດີ ແລະ ຂ້າພະເຈົ້າກໍຈະຫາຍກັງວົນ. \v 29 ຈົ່ງຕ້ອນຮັບເອປາໂຟດີໂຕໄວ້ໃນອົງພຣະຜູ້ເປັນເຈົ້າ ດ້ວຍຄວາມຊົມຊື່ນຍິນດີ ຈົ່ງໃຫ້ກຽດແກ່ຄົນດັ່ງເພິ່ນ, \v 30 ເພາະເພື່ອງານຂອງພຣະເຢ​ຊູຄຣິດເຈົ້າ ເພິ່ນເກືອບຈະສູນເສຍຊີວິດ ເພາະເພິ່ນໄດ້ສ່ຽງຊີວິດຂອງເພິ່ນເພື່ອ ບົວລະບັດຮັບໃຊ້ ຂ້າພະເຈົ້າ ແລະ ເຮັດແທນໃນສິ່ງທີ່ທ່ານບໍ່ອາດເຮັດໃຫ້ຂ້າພະເຈົ້າໄດ້.