lo_php_text_ulb_l3/02/25.txt

1 line
1.5 KiB
Plaintext

\v 25 ແຕ່ຂ້າພຣະເຈົ້າ ຄິດເຫັນວ່າມີຄວາມຈຳເປັນຕ້ອງສົ່ງເອປາໂຟດີໂຕ ກັບໄປຫາພວກທ່ານ. ເຂົາເປັນເຫມືອນນ້ອງຊາຍ ແລະ ເພື່ອນຮ່ວມງານ ແລະ ເປັນເພື່ອນທະຫານຂອງຂ້າພະເຈົ້າ, ແລະ ຍັງເປັນຕົວແທນຂອງທ່ານ ແລະ ຜູ້ຮັບໃຊ້ທີ່ຄອຍ ຊ່ວຍເຫລືອໃນຄວາມຈຳເປັນຂອງຂ້າພະເຈົ້າ. \v 26 ເພາະວ່າເພິ່ນກັງວົນໃຈ ແລະ ປາຖະຫນາທີ່ຈະຢູ່ກັບທ່ານທັງຫລາຍເພາະພວກທ່ານທັງຫລາຍເປັນທຸກໃຈ ເນື່ອງ ຈາກພວກທ່ານໄດ້ຮັບຂ່າວວ່າເພິ່ນບໍ່ສະບາຍ. \v 27 ເພິ່ນປ່ວຍຫນັກເກືອບຕາຍແຕ່ພຣະເຈົ້າໄດ້ຊົງໂຜດເມດຕາແກ່ເພິ່ນ, ແລະ ບໍ່ພຽງແຕ່ແກ່ເພິ່ນຜູ້ດຽວເທົ່ານັ້ນ, ແຕ່ແກ່ຂ້າພະເຈົ້າດ້ວຍເພື່ອວ່າຂ້າພະເຈົ້າຈະບໍ່ມີຄວາມທຸກຫນັກໄປກວ່ານີ້.