lo_php_text_ulb_l3/02/01.txt

1 line
924 B
Plaintext

\c 2 \v 1 ຖ້າມີການຊູໃຈໃນພຣະເຢ​ຊູຄຣິດເຈົ້າ, ຖ້າມີການເລົ້າໂລມໃຈຈາກຄວາມຮັກຂອງພຣະອົງ, ຖ້າມີການສາມັກຄີທຳໃນ​ຝ່າຍ​ຈິດວິນຍານ, ຖ້າມີຄວາມເຫັນອົກເຫັນໃຈ ແລະ ຄວາມເມດຕາປານີ ປະການໃດ, \v 2 ແລ້ວ ຈົ່ງເຮັດໃຫ້ຄວາມຍິນດີຂອງຂ້າພະເຈົ້າ ເຕັມລົ້ນ ດ້ວຍການຄິດເຫມືອນຢ່າງດຽວກັນ, ມີຄວາມຮັກເຫມືອນຢ່າງດຽວກັນ, ແລະ ມີຄວາມສາມັກຄີ ເປັນນໍ້າຫນຶ່ງໃຈດຽວກັນໃນຝ່າຍ​ຈິດວິນຍານ.