lo_php_text_ulb_l3/01/22.txt

1 line
1.0 KiB
Plaintext

\v 22 ແຕ່ຖ້າຂ້າພະເຈົ້າຍັງມີຊີວິດຢູ່ໃນຮ່າງກາຍນີ້, ກໍໍ່ໃຫ້ເກີດຜົນຈາກການເຮັດວຽກຫນັກຂອງຂ້າພະເຈົ້າ, ແລ້ວຂ້າພະເຈົ້າກໍ່ບໍ່ຮູ້ວ່າ ຈະເລືອກເອົາທາງໃດດີ?. \v 23 ເພາະຂ້າພະເຈົ້າລຳບາກໃຈທີ່ຈະເລືອກເອົາຢ່າງໃດຢ່າງຫນຶ່ງ. ຂ້າພະເຈົ້າປາຖະໜາ ທີ່ຈະຈາກໄປຢູ່ກັບພຣະເຢ​ຊ​ູຄຣິດເຈົ້າ ຊຶ່ງທີ່ປະເສີດຫລາຍກວ່າ, \v 24 ແຕ່ການທີ່ຂ້າພະເຈົ້າຍັງມີຊີວິດຢູ່ໃນຮ່າງກາຍ ນີ້ກໍເປັນສິ່ງຈຳເປັນເພື່ອເຫັນແກ່ປະໂຫຍດຂອງພວກທ່ານຫລາຍກວ່າ.