lo_php_text_ulb_l3/01/12.txt

1 line
1.2 KiB
Plaintext

\v 12 ພີ່ນ້ອງທີ່ຮັກ, ຂ້າພະເຈົ້າຢາກໃຫ້ ທ່ານຮູ້ວ່າ ສິ່ງທີ່ໄດ້ ເກີດຂຶ້ນກັບຂ້າພະເຈົ້າ ໄດ້ເຮັດໃຫ້ຂ່າວປະເສີດແຜ່ຂະຫຍາຍອອກໄປຢ່າງຫຼວງຫຼາຍ. \v 13 ຜົນທີ່ປະກົດຂຶ້ນໃຫ້ເຫັນ ກໍຄື ພວກທະຫານທຸກຄົນ ແລະ ຜູ້ຄຸມຂັງ ພ້ອມກັບຄົນອື່ນໆທັງໝົດ ໄດ້ຮູ້ເລື່ອງຂອງເຮົາວ່າ ເຮົາຖືກຈຳຈ່ອງຍ້ອນເປັນຜູ້ຮັບໃຊ້ ຂອງພຣະ​ເຢ​ຊ​ູຄຣິດເຈົ້າ. \v 14 ພີ່ນ້ອງສ່ວນໃຫຍ່ ໃນ ອົງພຣະຜູ້ເປັນເຈົ້າ ມີແຮງຈູງໃຈ ຫຼາຍຂຶ້ນ ອັັນເນື່ອງມາຈາກການຖືກຈຳຈ່ອງຂອງຂ້າພະເຈົ້າ ທີ່ຈະມີໃຈກ້າຫານ ກ່າວພຣະ​ຄຳ ຂອງພຣະເຈົ້າຢ່າງບໍ່ຢ້ານກົວ.